ບົດອອກຂ່າວ - ຂະບວນການປູກຈິດສໍານຶກ
ການອະນຸລັກສັດປ່າ ໄດ້ຈັດຕັ້ງປະຕິບັດຢ່າງກວ້າງຂວາງ ໃນງານມະຫາກໍາກິລາ
ຊີເກມ ຄັ້ງທີ 25
ລັດຖະບານລາວ, ອົງການ ທີ່ບໍ່ຂຶ້ນກັບລັດຖະບານ, ແລະ
ພາກສ່ວນເອກະຊົນ ໄດ້ຮ່ວມກັນຈັດຕັ້ງຂະບວນການປູກຈິດສໍານຶກ
ກ່ຽວກັບການອະນຸລັກສັດປ່າ ໃນໄລຍະ ການແຂ່ງຂັນກິລາຊີເກມ ທີ່ຈັດຂຶ້ນທີ່ ສປປ
ລາວ
ວຽງຈັນ, ສປປ ລາວ, 24 ທັນວາ, 2009 –ລັດຖະບານແຫ່ງ
ສປປ ລາວ, ອົງການຈັດ ຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັງສາກົນ,
ພາກສ່ວນເອກະຊົນ ແລະ ອາສາສະໜັກຊາວໜຸ່ມໜຸ່ມ ໄດ້ຮ່ວມ ກັນໂຄສະນາປູກຈິດສໍານຶກ
ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການອະນຸລັກສັດປ່າ ໃຫ້ແກ່ປວງຊົນ ຊາວລາວ
ແລະ ແຂກຊາວຕ່າປະເທດ ເປັນຈໍານວນຫຼາຍພັນຄົນ ທີມາຢ້ຽມຢາມ ແລະ ທ່ຽວຊົມງານມະຫາ
ກໍາກິລາຊີເກມ ທີ່ນະຄອນຫຼວງວຽງຈັນ.
ການແຂ່ງຂັນກິລາຊີເກມ ໄດ້ເປັນໂອກາດໃນການສະເຫຼີມສະຫຼອງທີ່ຍິ່ງໃຫຍ່ ເຊິ່ງເປັນການມາບັນຈົບພົບພໍ້ກັນ
ຂອງ ຜູ້ເຂົ້າຮ່ວມ ແລະຜູ້ຊົມ ໃນທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ມັນເປັນວາລະໂອກາດ ເພື່ອຍົກຂຶ້ນບັນຫາ ແລະ
ປະກົດການອັນພົ່ນເດັ່ນຕ່າງໆທີ່ສໍາຄັນຕໍ່ຫຼາຍໆຄົນ.
ຂໍ້ຄວາມອັນສໍາຄັນທີ່ຕິດພັນກັບຫົວຂໍ້ ຂອງງານມະຫາກໍາກິລາຊີເກມ ທີ່ເວົ້າວ່າ
"ຄວາມມີນ້ໍາໃຈ ໄມຕີຈິດ ຊີວິດຊົດຊື່ນ" ນັ້ນ ກໍ່ຄື "ທຸກໆຄັ້ງທີ່
ທ່ານຊື້ຂາຍສັດປ່າ ທໍາມະຊາດຈະຖືກທໍາລາຍ". ໃນປະເທດລາວ
ການລັກລອບຊື້ຂາຍສັດປ່າແມ່ນຜິດກົດ ກົດໜາຍ, ແລະ
ຍັງເປັນສາຍເຫດຕົ້ນຕໍທີ່ເຮັດໃຫ້ບັນດາສັດສາວາສິ່ງຕ່າງໆສູນຫາຍໄປຈາກປ່າໄມ້.
ເລີ່ມຕັ້ງແຕ່
ພິທີເປີດຂະບວນການປູກຈິດສໍານຶກ ການອະນຸລັກສັດປ່າ
ທີ່ຈັດຂຶ້ນໜຶ່ງຊັບປະດາກ່ອນງານມະສາກໍາຊີເກມເລີ່ມຂຶ້ນ-- ໃນວັນທີ 26 ພະຈິກ
ທີ່ຜ່ານມາ ຈົນມາເຖິງມື້ສຸດທ້າຍຂອງການແຂ່ງຂັນ ໃນ ວັນສຸກ ວັນທີ 18 ທັນວາ,
ຂະບວນການປູກຈິດສໍານຶກ ການອະນຸລັກສັດປ່າ ໄດ້ມີການເຜີຍແຜ່ໂຄສະນາເພື່ອຊຸກຍູ້
ສົ່ງເສີມ ການອະນຸລັກສັດປ່າ ໂດຍຜ່ານສື່ໃນຫຼາຍຮູບແບບ ເຊັ່ນວ່າ
ການໂຄສະນາທາງໂທລະພາບ, ວິທະຍຸ, ການຕິດຕັ້ງປ້າຍໂຄສະນາ ຢູ່ຕາມສະໜາມບິນ ແລະ
ການໂຄສະນາໂດຍກົງ ໃຫ້ແກ່ມວນຊົນທີ່ເຂົ້າ ຮ່ວມຊົມກິລາ ຢູ່ຕາມສະໜາມກິລາຕ່າງໆ.
ສະຕິກເກີ ກັບຄໍາຂັວນທີ່ວ່າ "ຢຸດ ! ການລັກລອບຊື້-ຂາຍສັດປ່າ"
ແມ່ນໄດ້ຮັບຄວາມສົນໃຈຕອບຮັບຈາກປວງຊົນເປັນຢ່າງດີ ເຊິ່ງເຫັນໄດ້ຈາກການຕິດສະຕິກເກີໃສ່ຕາມລົດຈັກ,
ລົດສວ່ນບຸກຄົນ ແລະ ລົດຂົ່ນສົ່ງມວນຊົນທົ່ວໄປ. ສະຕິກເກີ ຈໍານວນຫຼາຍກ່ວາ
8000 ອັນ ໄດ້ຖືກແຈກຢາຍ ໂດຍກຸ່ມອາສາສະໜັກໄວໜ່ມ ທີ່ມາຈາກຫຼາຍພາກສ່ວນ
ຈໍານວນ 20 ກວ່າຄົນ, ອາສາສະໜັກບາງກຸ່ມ ກໍ່ຍັງໄດ້ນຸ່ງຊຸດໂຕສັດ ຄື ເສືອ ແລະ
ໝີ ເພື່ອໂຄສະນາຕາມ ຕະຫຼາດ ໃນນະຄອນຫຼວງວຽງຈັນ ແລະ
ຕາມສະຖານທີການແຂ່ງຂັນກິລາ ທີ່ປວງຊົນໃຫ້ຄວາມນິຍົມຊົມຊອບ.
ນອກຈາກນັ້ນ
ກໍ່ຍັງມີປ້າຍໂຄສະນາການອະນຸລັກສັດປ່າ ຕິດຕັ້ງວາງສະແດງຢູ່ຕາມສະໜາມບິນ
ສາກົນວັດໄຕ, ສະໜາມບິນພາຍໃນປະເທດ ທີ່ວຽງຈັນ ແລະ ຫຼວງພະບາງ ຕະຫຼອດ ຮອດ
ສໍານັກງານອົງການທີ່ມີສ່ວນກ່ຽວຂ້ອງກ່ຽວກັບວຽກງານອະນຸລັກສັດປ່າ. ທັງນີ້
ກໍ່ເພື່ອເປັນການເນັ້ນ ໜັກເຖິງບົດບາດຄວາມສໍາຄັນໃນການອະນຸລັກສັດປ່າ ແລະ ເພື່ອແຈ້ງໃຫ້ແກ່ມວນຊົນຮັບຮູ້ເຖິງຜົນກະທົບທີ່ຈະຕາມມາຖ້າຫາກພົວພັນກັບການລັກລອບຊື້ຂາຍສັດປ່າແບບຜິດກົດໝາຍ.
ຢູ່ຕາມຮ້ານຄ້າ ແລະ ຫົວໜ່ວຍ ທຸລະກິດຫຼາຍບ່ອນ, ຕາມບັນດາຮ້ານມິນິມາດ,
ສະຖານນີລົດເມ ແລະ ຕະຫຼາດ ອ້ອມຂ້າງນະຄອນຫຼວງ ວຽງຈັນ
ກໍ່ໄດ້ມີການຕິດເຈ້ຍໂປສເຕີຫຼາກຫຼາຍສີສັນ
ກ່ຽວກັບຜົນຮ້າຍຂອງການລັກລອບຊື້-ຂາຍສັດປ່າ. ເພື່ອສະກັດກັ້ນ
ການຄ້າຂາຍຢູ່ພາຍໃນປະເທດ, ໃນໄລຍະກ່ອນ ແລະ ໄລຍະທີ່ພວມມີການແຂ່ງຂັນຊີເກມສຢູ່ນັ້ນ
ອໍານາດການປົກຄອງນະຄອນຫຼວງວຽງຈັນ ໄດ້ມີການ ລົງຕິດຕາມກວດກາ ເຖິງ 8 ຄັ້ງ
ຢູ່ຕາມຕະຫຼາດ 18 ແຫ່ງ ແລະ ຕາມບ່ອນທີ່ມັກມີການລັກລອບຄ້າຂາຍສັດປ່າ.
ໃນພິທີເປີດຂະບວນການປູກຈິດສໍານຶກການອະນຸລັກສັດປ່າ, ທ່ານ ຄໍາເຈນ ວົງໂພສີ,
ລັດຖະມົນຕີຊ່ວຍ ວ່າການກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຮຽກຮ້ອງໃຫ້ປະຊາຊົນ
ຈົ່ງພາກັນສໍານຶກຢູ່ສະເໜີວ່າ ສັດປ່າ ແມ່ນສ່ວນໜຶ່ງແຫ່ງມູນມໍລະດົກທາງທໍາມະຊາດ
ຂອງປະເທດ. ທ່ານຍັງໄດ້ກ່າວອີກວ່າ "ລັດຖະບານລາວ ໄດ້ເນັ້ນໜັກ
ພາລະບົດບາດທີ່ສໍາຄັນຂອງປະຊາຊົນລາວ ແລະ ຊາວຕ່າງຊາດທີ່ເຂົ້າມາ
ຢ້ຽມຢາມປະເທດຂອງພວກເຮົາ ໃນການປົກປັກຮັກສາສັດປ່າ ໂດຍບໍ່ຂາຍ, ຊື້ ຫຼື
ບໍລິໂພກສັດປ່າ."
ການຕອບສະໜອງຈາກລັດຖະບານ, ພາກສ່ວນເອກະຊົນ
ຕໍ່ກັບຄວາມສໍາຄັນຂອງການຢຸດຕິການລັກລອບຊື້-ຂາຍສັດປ່າ ແລະ ເພື່ອຜົນປະໂຫຍດໃນການອະນຸລັກຊີວະນາໆພັນ
ຈະສາມາດເຮັດໃຫ້ຕ່າໜ່າງການປ້ອງ ກັນທາງດ້ານສະບຽງອາຫານ ເພື່ອການທ່ອງທ່ຽວແບບອະນຸລັກ
ໃນຊົນນະບົດ ມີຄວາມໜັກແໜ້ນຂຶ້ນ ຢ່າງໜ້າເຫຼືອເຊື່ອ ເຊິ່ງໄດ້ມີ 21
ອົງການຈັດຕັ້ງທີ່ຮ່ວມກັນ ລວມມີ ລັດຖະບານລາວ ໄດ້ແກ່
ກອງອະນຸລັກຊັບພະຍາກອນປ່າໄມ້ ກົມປ່າໄມ້, ກົມກວດກາ ປ່າໄມ້ ແລະ
ນະຄອນຫຼວງວຽງຈັນ, ອົງການຈັດຕັ້ງສາກົນ ໄດ້ແກ່ ທະນາຄານໂລກ ປະຈໍາລາວ,
ອົງການອະນຸລັກທໍາມະຊາດ (IUCN), ອົງການອະນຸລັກສັດປ່າ (WCS),
ອັງການຊ້າງອາຊີ (ElefantAsia), ອົງການ Free the Bears, ໂຄງການອະນຸລັກເສືອໂລກ
(Global Tiger Initiative), ກອງທຶນປ້ອງກັນເສືອ (Save the Tiger Fund),
ເຄືອຂ່າຍຕິດຕາມກວດກາ ສັດປ່າອາຊຽນ (ASEAN-Wildlife Enforcement
Networks), ກອງທຶນສັດປ່າໂລກ (WWF), ມູນນີທິແດນອິດສະຫຼະ (Freeland
Foundation); ແລະ ຈາກພາກສ່ວນເອກະຊົນ ໄດ້ແກ່ ບໍລິສັດ Green Discovery
Laos, ບໍລິສັດ ນ້ໍາເທີນ 2 (NTPC), ບໍລິສັດ ເທີນຫີນບູນ, ບໍລິສັດທິໂກ (Tigo)
ແລະ ບໍລິສັດ Indee Record.
ກະແສຄວາມຟົດຟື້ນຂອງຂະບວນການປູກຈິດສໍານຶກການອະນຸລັກສັດປ່າ
ຈະບໍ່ສິ້ນສຸດລົງໄປພ້ອມ ກັບຜົນສໍາເລັດຂອງງານມະຫາກໍາກິລາຊີເກມ ເທົ່ານັ້ນ.
ກຸ່ມປະຕິບັດງານຂອງພວກເຮົາຍັງ ຈະສືບຕໍ່ສ້າງຄູ່ຮ່ວມງານໃນທຸກໆຂະແໜງການ ໃນສັງຄົມ
ທັງໃນລາວ ແລະ ພາກພື້ນ ເຂົ້າໃນວຽກງານອະນຸລັກສັດປ່າ ແລະ
ການສົ່ງເສີມຄວາມອຸດົມ ສົມບູນຂອງສິ່ງແວດລ້ອມ ເພື່ອການອະນຸລັກຊີວະນາໆພັນ
ແລະ ການດໍາລົງຊີວິດຂອງປະຊາຊົນໃນເຂດຊົນນະບົດອີກດ້ວຍ.
ສໍາລັບຂໍ້ມູນເພີ່ມເຕີມ ແລະ ຂໍ້ມູນທີ່ ທັນເວລາ, ກະລຸນາເບິ່ງໄດ້ທີ່ເວບໄຊ:
www.wildlifetradelaos.org
ຂໍ້ມູນຫຍໍ້ກ່ຽວກັບຂະບວນການປູກຈິດສໍານຶກການອະນຸລັກສັດປ່າ
ໜວ່ຍປະຕິບັດງານເພີື່ອຕ້ານການຄ້າຂາຍສັດປ່າລາວ ໄດ້ສ້າງຕັ້ງຂຶ້ນໃນປີ
2009 ແລະ ຈັດຕັ້ງປະຕິບັດໂດຍ ກົມປ່າໄມ້ (ກອງອະນຸລັກຊັບພະຍາກອນປ່າໄມ້)
ແລະ ກົມກວດກາປ່າໄມ້. ໜວ່ຍງານດັ່ງກ່າວ ມີໜ້າທີ່ໃນການປົກປັກຮັກສາປ່າໄມ້
ແລະ ປ່າອະນຸລັກ ຢູ່ ສປປ ລາວ ໂດຍການອະນຸລັກຮັກສາ ແລະ ປົກປັກຮັກສາ
ຊີວະນາໆພັນ, ພ້ອມກັນນັ້ນກໍຍັງໄດ້ປ້ອງກັນ, ຕິດຕາ ແລະ ສະກັດກັ້ນ ອາຊະຍາກໍາ
ທີ່ກ່ຽວພັນກັບ ປ່າໄມ້ ແລະ ສັດປ່າ. ໜ່ວຍປະຕິບັດງານ
ປະກອບດ້ວຍຜູ້ຕາງໜ້າຈາກ ລັດຖະບານ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ
ແລະ ອົງການຈັດຕັ້ງສາກົນ.
ຈັດຕັ້ງປະຕິບັດໂດຍໜ່ວຍປະຕິບັດງານ
ຂະບວນການປູກຈິດສໍານຶກການອະນຸລັກສັດປ່າ ໄດ້ເລີ້ມຕົ້ນຂຶ້ນ ໃນທ້າຍເດືອນພະຈິກ
2009 ຊຶ່ງກົງກັບງານສະເຫຼີມສະຫຼອງມະຫະກໍາກິລາຊີແກມ ທີ່ນະຄອນຫຼວງວຽງຈັນ.
ໃນເວທີສາກົນ, ການຄ້າຂາຍສັດປ່າແບບຜິດກົດໝາຍ ແມ່ນຈັດຢູ່ໃນອັນດັບ 3
ຂອງບັນດາ ການຄ້າແບບຜິດກົດໝາຍ (ຊຶ່ງຮອງຈາກ ການຄ້າອາວຸດ ແລະ ຢາເສບຕິດ),
ແລະ ອາຊີຕາເວັນອອກສຽງໃຕ້ ແມ່ນເຂດທີ່ມີຄວາມເຄັ່ງຮ້ອນທີ່ສຸດ
ວ່າດ້ວຍການຄ້າສັດປ່າ ແບບຜິດກົດໝາຍ ຊຶ່ງ ສປປ ລາວ
ກໍ່ຖືກໃຊ້ໃຫ້ເປັນປະເທດທີ່ສະໜອງສັດປ່າ, ບໍລິໂພກສັດປ່າ ແລະ ປະເທດທາງຜ່ານ
ຂອງການຄ້າສັດປ່າ ແລະ ເຄື່ອງປ່າຂອງດົງ.
ເວັປໄຊສ໌:
www.wildlifetradelaos.org
ນາງ Charlotte Hicks
IUCN
ໂທ: +856-21-216401
ຕໍ່ 124 ມືຖື: +856-20 614 0051
ອີເມວ: charlotte@iucnlao.org
ນາງ ສຸຣິດາຮັກ ສາກົນນິຍົມ
World Bank
ໂທ: +856-21-450-010
ມືຖື: +856-20 222 1332
ອີເມວ:
ssakonhninhom@worldbank.org